Copertina di ລາຍການກະຈາຍສຽງຂອງວີໂອເອ ລາວ - ສຽງອາເມຣິກາ ວີໂອເອ

ລາຍການກະຈາຍສຽງຂອງວີໂອເອ ລາວ - ສຽງອາເມຣິກາ ວີໂອເອ

VOA
Ultimo episodio disponibile ລາຍການກະຈາຍສຽງຂອງວີໂອເອລາວ: ຄະນະປະຈໍາສະພາແຫ່ງຊາດລາວ ຢືນຢັນວ່າ ການບໍລິຫານຂອງລັດຖະບານລາວ ຈະຕ້ອງປະຕິບັດຕາມກົດໝາຍ. - ຕຸລາ 19, 2021 Pronto per l’ascolto
0:00 30 min 1 s

41 Episodi

ລາຍການກະຈາຍສຽງຂອງວີໂອເອລາວ: ຄະນະປະຈໍາສະພາແຫ່ງຊາດລາວ ຢືນຢັນວ່າ ການບໍລິຫານຂອງລັດຖະບານລາວ ຈະຕ້ອງປະຕິບັດຕາມກົດໝາຍ. - ຕຸລາ 19, 2021

ລາຍການກະຈາຍສຽງຂອງວີໂອເອ ພະແນກພາສາລາວ:1)ຄະນະປະຈໍາສະພາແຫ່ງຊາດລາວ ຢືນຢັນວ່າ ການບໍລິຫານຂອງລັດຖະບານລາວ ຈະຕ້ອງປະຕິບັດຕາມກົດໝາຍ. 2) ທ່ານໂຄລິນ ພາວ ຫົວໜ້ານັກການທູດ ແລະຜູ້ນຳທາງຫະຫານຂອງ ສຫລ ເສຍຊີວິດໄປ ລວມອາຍຍຸໄດ້ 84 ປີ. 3) ເກົາຫຼີເໜືອຍິງລູກສອນໄຟ ຈາກເຮືອດຳນ້ຳ ທ່າມກາງທີ່ມີຄວາມຢ້ານກົວ ກ່ຽວກັບການແຂ່ງຂັນອາວຸດ ໃນແຫຼມເກົາຫຼີ ແລະຂ່າວສຳຄັນອື່ນໆອີກ

ລາຍການກະຈາຍສຽງຂອງວີໂອເອພະແນກພາສາລາວ: ຄື້ນຟອງການລະບາດຮອບ 3 ຂອງໂຄວິດ-19 ສົ່ງຜົນກະທົບຕໍ່ບັນດາທຸລະກິດທັງໃຫຍ່ແລະນ້ອຍຢ່າງໜັກໜ່ວງ - ຕຸລາ 18, 2021

ເຊີນຟັງລາຍການກະຈາຍສຽງຂອງວີໂອເອ ພະແນກພາສາລາວ ສຳລັບແລງວັນຈັນ, ທີ 18 ຕຸລາ 2021:1) ຄື້ນຟອງການລະບາດຮອບ 3 ຂອງໂຄວິດ-19 ສົ່ງຜົນກະທົບຕໍ່ບັນດາທຸລະກິດທັງໃຫຍ່ແລະນ້ອຍຢ່າງໜັກໜ່ວງ. 2) ບັນດາບໍລິສັດໃນພາກທຸລະກິດບໍລິການ ແລະທ່ອງທ່ຽວ ຫຼາຍກວ່າ 4,900 ບໍລິສັດ ໃນລາວ ຂໍເລື່ອນການຊຳລະໜີ້່. 3) ພັກຝ່າຍຄ້ານມຽນມາຍິນດີທີ່ອາຊຽນ ບໍ່ໃຫ້ທະຫານ ເຂົ້າຮ່ວມກອງປະຊຸມສຸດຍອດ ແລະຢາກໃຫ້ເຊື້ອເຊີນຕົວເອງເຂົ້າຮ່ວມແທນແລະຂ່າວສຳຄັນອື່ນໆອີກ

ລາຍການກະຈາຍສຽງຂອງວີໂອເອ ພະແນກພາສາລາວ: ‘Polexit’ ແມ່ນ ໂປແລນ ກຳລັງຈະອອກຈາກສະຫະພາບຢູໂຣບ ບໍ? - ຕຸລາ 17, 2021

ລາຍການກະຈາຍສຽງຂອງວີໂອເອພະແນກພາສາລາວ:1) ‘Polexit’ ແມ່ນ ໂປແລນ ກຳລັງຈະອອກຈາກສະຫະພາບຢູໂຣບ ບໍ? 2) ຍານາງມອນຄຳ ຈັນທະລັດເປັນຄົນລາວຜູ້ນຶ່ງທີ່ໄດ້ມີໂອກາດ ມາຢ້ຽມຢາມ ສະຫະລັດ ແລ້ວຕັດສິນໃຈ ຢູ່ຕໍ່ຈົນເຖິງປັດຈຸບັນນີ້ ແລະຂ່າວສຳຄັນອື່ນໆອີກ

ລາຍການກະຈາຍສຽງຂອງວີໂອເອພະແນກພາສາລາວ: ທາງການລາວ ຈະຖອນໃບອະນຸຍາດ ຖ້າຫາກພົບວ່າ ມີການຂຶ້ນລາຄາສິນຄ້າ ລະຫວ່າງການລະບາດຂອງໂຄວິດ-19 - ຕຸລາ 16, 2021

ລາຍການກະຈາຍສຽງຂອງວີໂອເອ ພະແນກພາສາລາວ:1) ທາງການລາວ ຈະຖອນໃບອະນຸຍາດ ຖ້າຫາກພົບວ່າ ມີການຂຶ້ນລາຄາສິນຄ້າ ລະຫວ່າງການລະບາດຂອງໂຄວິດ-19. 2) ໂຮງໝໍຫັນໄປເພິ່ງພາຫຸ່ນຍົນ ເພື່ອຊ່ວຍພະນັກງານການແພດ ໃຫ້ມີເວລາເອົາໃຈໃສ່ຕໍ່ຄົນເຈັບຫລາຍຂຶ້ນ. 3) ກຸ່ມ G-20 ໃຫ້ຄໍາໝັ້ນສັນຍາ ທີ່ຈະຊ່ວຍອັຟການິສຖານ ຫຼາຍພັນລ້ານໂດລາ ເພື່ອບໍ່ໃຫ້ເກີດໄພພິບັດຕ່າງໆ ແລະຂ່າວສໍາຄັນອື່ນໆອີກ.

ລາຍການກະຈາຍສຽງຂອງວີໂອເອ ລາວ: ທຸລະກິດບໍລິການ ກວ່າ 530 ແຫ່ງ ໃນນະຄອນວຽງຈັນຕ້ອງຢຸດດຳເນີນກິດຈະການ ເພາະຜົນກະທົບຈາກໄວຣັສໂຄວິດ-19 - ຕຸລາ 15, 2021

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ. ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1) ທຸລະກິດບໍລິການ ກວ່າ 530 ແຫ່ງ ໃນນະຄອນວຽງຈັນຕ້ອງຢຸດດຳເນີນກິດຈະການ ເພາະຜົນກະທົບຈາກໄວຣັສໂຄວິດ-19. 2) ປະທານາທິບໍດີໄບເດັນ ກ່າວວ່າ ສະຫະລັດ ມຸ້ງໜ້າສູ່ທິດທາງທີ່ຖືກຕ້ອງ ໃນການຕໍ່ສູ້ກັບໂຣກລະບາດ. 3) ຮ້ານອາຫານຄົນ ລາວ ໄດ້ຮັບການສະໜັບສະໜູນ ຢ່າງຫຼວງຫຼາຍ ຈາກຊຸມຊົນ ໃນເຂດຊານເມືອງຂອງລັດ ວິສຄອນຊິນ ໃນໄລຍະ -19 ແລະຂ່າວສຳຄັນອື່ນໆອີກ

ລາຍການກະຈາຍສຽງຂອງວີໂອເອ ລາວ: ຂະນະທີ່ຈີນ ແລະ ສຫລ ທຳການແຂ່ງຂັນການໃຊ້ວັກຊິນເພື່ອທາງການທູດຢູ່ລາວ ກໍພອຍໄດ້ຮັບຜົນປະໂຫຍດຈາກສະພາບການນີ້ - ຕຸລາ 14, 2021

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ. ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1) ຂະນະທີ່ຈີນ ແລະ ສຫລ ທຳການແຂ່ງຂັນການໃຊ້ວັກຊິນເພື່ອທາງການທູດຢູ່ລາວ ກໍພອຍໄດ້ຮັບຜົນປະໂຫຍດຈາກສະພາບການນີ້. 2) ການໂຄສະນາຫາສຽງ ແບບໃສ່ຮ້າຍປ້າຍສີກັນ ໃນການເລືອກຕັ້ງຂັ້ນຕົ້ນ ຂອງເກົາຫລີໃຕ້ ໃກ້ຈະສິ້ນສຸດລົງແລ້ວ. 3) ຫົວໜ້າຜູ້ຊ່ຽວຊານ ດ້ານພະຍາດຕິດແປດ ຂອງສະຫະລັດ ຮັບຮູ້ວ່າໄວຣັສໂຄໂຣນາ ອາດບໍ່ສາມາດລຶບລ້າງໃຫ້ໝົດໄປໄດ້ ແລະຂ່າວສຳຄັນອື່ນໆອີກ

ລາຍການກະຈາຍສຽງຂອງວີໂອເອ ລາວ: ລາວຈະຊຸກຍູ້ໃຫ້ບໍລິສັດຈີນ ເພີ່ມການລົງທຶນໃນໂຄງການພັດທະນາຂອງລັດຖະບານຫລາຍຂຶ້ນ ຍ້ອນວ່າຂາດແຄນງົບປະມານ - ຕຸລາ 13, 2021

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ. ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1) ລາວຈະຊຸກຍູ້ໃຫ້ບໍລິສັດຈີນ ເພີ່ມການລົງທຶນໃນໂຄງການພັດທະນາ ຂອງ ລັດຖະບານຫລາຍຂຶ້ນ ຍ້ອນວ່າ ຂາດແຄນງົບປະມານ. 2) ນິວຊີແລນ ຕໍ່ເວລາປິດເມືອງອອກໄປ ອີກຢ່າງໜ້ອຍ ນຶ່ງອາທິດ ເພື່ອສະກັດກັ້ນ ການແຜ່ລະບາດຂອງ -19. 3) ສະພາຕ່ຳສະຫະລັດ ຕໍ່ອາຍຸ ອຳນາດໃນການກູ້ຢືມເງິນຂອງລັດຖະບານ ອອກໄປຈົນເຖິງຕົ້ນເດືອນທັນວາ ແລະຂ່າວສຳຄັນອື່ນໆອີກ

ລາຍການກະຈາຍສຽງຂອງວີໂອເອ ລາວ: ນາຍົກລັດຖະມົນຕີລາວ ຢືນຢັນວ່າ ການຂົນສົ່ງຢາ ທີ່ຜິດກົດໝາຍ ຈາກລາວໄປຕໍ່ປະເທດທີສາມ ມີເພີ້ມຂຶ້ນນັບມື້ - ຕຸລາ 12, 2021

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ. ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1) ນາຍົກລັດຖະມົນຕີລາວ ຢືນຢັນວ່າ ການຂົນສົ່ງຢາ ທີ່ຜິດກົດໝາຍ ຈາກລາວໄປຕໍ່ປະເທດທີສາມ ມີເພີ້ມຂຶ້ນນັບມື້. 2) ຣັດເຊຍ ເຢຍຣະມັນ ແລະ ຝຣັ່ງ ຈະຈັດການປະຊຸມ ລະດັບລັດຖະມົນຕີ ກ່ຽວກັບຢູເຄຣນ. 3) ທ່ານກິມ ປະຕິຍານ ທີ່ຈະສ້າງ “ກອງທັບທີ່ບໍ່ມີໃຜທຳລາຍໄດ້” ໃນຂະນະທີ່ກ່າວໂຈມຕີ ສະຫະລັດ ແລະຂ່າວສຳຄັນອື່ນໆອີກ

ລາຍການກະຈາຍສຽງຂອງວີໂອເອ ລາວ: ລາວ ສືບຕໍ່ປິດເມືອງ ແລະປ່ຽນວິທີການໃຫ້ຢາວັກຊີນ ແກ່ປະຊາຊົນໃໝ່ ໂດຍໃຫ້ຄະນະແພດທັງຫລາຍ ອອກໄປຫາແຕ່ລະຄົວເຮືອນ - ຕຸລາ 11, 2021

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ. ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1) ລາວ ສືບຕໍ່ປິດເມືອງ ແລະປ່ຽນວິທີການໃຫ້ຢາວັກຊີນ ແກ່ປະຊາຊົນໃໝ່ ໂດຍໃຫ້ຄະນະແພດທັງຫລາຍ ອອກໄປຫາແຕ່ລະຄົວເຮືອນ. 2) ຜູ້ນຳ ເກົາຫລີເໜືອ ຮຽກຮ້ອງໃຫ້ປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ. 3) ກຸ່ມຕາລີບານເວົ້າວ່າ ສະຫະລັດ ຕົກລົງ ໃນການເຈລະຈາທີ່ເປີດເຜີຍ ວ່າຈະສົ່ງການຊ່ວຍເຫຼືອບັນເທົາທຸກໃຫ້ ອັຟການິສຖານ ແລະຂ່າວສໍາຄັນອື່ນໆອີກ.

ລາຍການກະຈາຍສຽງຂອງວີໂອເອ ລາວ: ວີໂອເອພາກພາສາ ລາວ ສຳພາດທ່ານ ແອນ້ອຍ (ອາເລັກສ໌) ຫານສັກດາ - ຕຸລາ 10, 2021

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ. ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1) ວີໂອເອພາກພາສາ ລາວ ສຳພາດທ່ານ ແອນ້ອຍ (ອາເລັກສ໌) ຫານສັກດາ ໃນລາຍການຊຸມຊົນຊາວລາວໃນອາເມຣິກາ. 2) ຄວາມເປັນຫ່ວງຂອງອິສຣາແອລ ກ່ຽວກັບໂຄງການອາວຸດນິວເຄລຍຂອງອີຣ່ານ ເພີ້ມສູງຂຶ້ນນັບມື້ ແລະຂ່າວສໍາຄັນອື່ນໆອີກ.